ໝາກພ້າວນ້ຳຫອມ ພັນເຕ້ຍ 1 ລ້ານຕົ້ນ

ເປັນໂຄງການ ກະສິກຳ - ອຸດສາຫະກຳ ເພື່ອການພັດທະນາທີ່ຍືນຍົງ

ອ່ານ​ຕື່ມ

Project Video Gallery

ກ່ຽວ​ກັບ​ເຮົາ

ທົ່ງນາແຫ່ງສວງສະຫວັນ
ໃນ ສປປ.ລາວ”

ທີ່ມາຂອງການສ້າງຕັ້ງທຸລະກິດ ສະຫວັນນາລາວ ຫລື "ທົ່ງນາແຫ່ງສວງສະຫວັນ ໃນ ສປປ.ລາວ” ໃນທ້ອງທົ່ງນາ ແລະ ດິນດອນ ຂອງ ສປປ.ລາວນັ້ນ ມີແຮ່ທາດອຸດົມສົມບູນ ມີແມ່ນ້ຳລຳເຊ ໄຫລຜ່ານຫຼາຍສາຍ ແລະ ປັດຈຸບັນນີ້ ປະຊາກອນໂລກທີ່ເພິ່ມຂື້ນນັ້ນ ຄວາມຕ້ອງການສະບຽງອາຫານຂອງໂລກເຮົານັບມື້ເພິ່ມຂື້ນ ແລະ ມີເຫດການໄພທຳມະຊາດ ຕ່າງໆຂອງແຕ່ລະປະເທດເປັນສາຍເຫດໃຫ້ເກີດຄວາມຕ້ອງການສະບຽງອາຫານຕາມມາ 

ລາວນັ້ນ ມີແຮ່ທາດອຸດົມສົມບູນ ມີແມ່ນ້ຳລຳເຊ ໄຫລຜ່ານຫຼາຍສາຍ ແລະ ປັດຈຸບັນນີ້ ປະຊາກອນໂລກທີ່ເພິ່ມຂື້ນນັ້ນ ຄວາມຕ້ອງການສະບຽງອາຫານຂອງໂລກເຮົານັບມື້ເພິ່ມຂື້ນ ແລະ ມີເຫດການໄພທຳມະຊາດ ຕ່າງໆຂອງແຕ່ລະປະເທດເປັນສາຍເຫດໃຫ້ເກີດຄວາມຕ້ອງການສະບຽງອາຫານຕາມມາ 

ນິມິດ ແລະ ພັນທະກິດ

ນິມິດ

"ດ້ວຍຄວາມມຸ່ງໝັ້ນ ສ້າງສັນ ພັດທະນາ ວຽກງານດ້ານກະສິກຳປະສົມປະສານ ຢ່າງຍືນຍົງ” ຄື ທີ່ຈະພັດທະນາສົ່ງເສີມໃຫ້ສປປ.ລາວເປັນສ່ວນໜຶ່ງ ໃນການກ້າວໄປສູ່ການເປັນສູນກາງການຜະລິດສະບຽງອາຫານ ເພື່ອຕອບສະໜອງຄວາມຕ້ອງການ ໄດ້ຢ່າງພຽງພໍ ຮ່ວມກັບບັນດາປະເທດອາຊຽນ ຂອງພວກເຮົາ

ພັນທະກິດ

ສະເພາະ ການປູກຝັງໝາກພ້າວນຳ້ຫອມ ພັນເຕ້ຍ 1 ລ້ານຕົ້ນ ເພື່ອເປັນອຸດສາຫະກຳ ອາຫານ ແລະສົ່ງເສີມການສົ່ງອອກໝາກພ້າວ 100 ຕູ້ຄອນເທນເນີ ຕໍ່ເດືອນ

ຄວາມເປັນມາຂອງໂຄງການ

ປູກໝາກພ້າວນ້ຳຫອມ

ໝາກພ້າວນໍ່າຫອມ ເປັນພືດຊະນິດໜຶ່ງທີ່ມີຄວາມສໍາຄັນທາງ ເສດຖະກິດ ປະຈຸບັນ ໄດ້ມີການບໍລິໂພກໝາກພ້າວນໍ່າຫອມລັກສະນະໝາກສົດ ແລະ ເພື່ອການແປຮູບເປັນຜະລິດຕະພັນ, ໂດຍສະເພາະການບໍລິໂພກພາຍໃນ ປະເທດ ຍັງມີຄວາມຕ້ອງການ ຜົນຜະລິດໝາກພ້າວນໍ່າຫອມອີກເປັນຈໍານວນ ຫຼາຍ ຕະຫຼອດຈົນເພື່ອການສົ່ງອອກ ໄປຍັງຕ່າງປະເທດທີ່ຍັງມີຕະຫຼາດ ກວ້າງຂວາງແລະມີຄວາມຕ້ອງການຫຼາຍທີ່ສຸດ

ສປປ ລາວ ເປັນດິນແດນທີ່ອຸດົມສົມບູນ ທາງດາ້ນປ່າໄມ້, ນໍ່າ, ຊີວະນາໆພັນ, ແຮ່ທາດ ແລະ ຊັບພະຍາກອນທີ່ດິນ ທີ່ເປັນບ່ອນໜຶ່ງທີ່ຍັງຄົງຮັກສາຄວາມ ອຸດົມສົມບູນຂອງປ່າໄມ້ ໃນອາຊີ, ການເຮັດການກະເສດ ໃນລາວຍັງມີຄວາມເປັນທໍາມະຊາດ ບໍ່ມີສານເຄມີເຈືອປົນ ປະຊາຊົນລາວ ສ່ວນໃຫຍ່ ປະກອບອາຊີບເປັນ ຊາວກະສິກອນ ແລະ ລັດມີມູນເຊື້ອດຸໝັ່ນ ມີວັດທະນະທຳອັນງົດງາມຕິດພັນກັບກະສິກຳແລະທຳມະຊາດ

ຈາກທ່າແຮງດັ່ງກ່າວ ຈິ່ງເຫັນຊ່ອງທາງການຜະລິດຫມາກພ້າວນ້ຳຫອມ ເພື່ອການສົ່ງອອກແລະສ້າງລາຍຮັບໃຫ້ກັບຊາວກະສິກອນລາວ ເຊິ່ງທາງໂຄງການໄດ້ຕັ້ງເປົ້າໝາຍທີ່ຈະປູກໝາກພ້າວໃຫ້ໄດ້ 1 ລ້ານຕອນພາຍໃນ 5 ປີ ແລະ ຕັ້ງເປົາການສົ່ງເສີມໝາກພ້າວນ້ຳຫອມເປັນສິນຄ້າສົ່ງອອກໃຫ້ໄດ້ 100 ຕູ້ຄອນເທນເນີຕອນພາຍໃນ 8 ປີ

ຫຼັກການ ພື້ນຖານ

ການປູກຝັງ

ໃນພື້ນທີ່ 1 ເຮກຕ່າ ສາມາດປູກໝາກພ້າວພັນເຕ້ຍໄດ້ 400-500 ຕົ້ນ, ສາມາດປູກ ພຶດປະສົມ ໄດ້ອີກ 100 ຕົ້ນ ເຊັ່ນ ໝາກເງາະ ໝາກຖົ່ວລຽນ ໝາກລຳໃຍ ໝາກອະໂວກາໂດ້, ສາມາດປູກ ພືດເຄືອໄດ້ ກວ່າ 300 ເຄືອ ເຊັ່ນ ໝາກແຕງ ໝາກອຶ ໝາກໂມ, ສາມາດປູກ ໝາກຖົ່ວດິນ ມັນດ້າງ ອື່ນໆ, ສາມາດປູກ ພຶດເສດຖະກິດ ປະຈຳວັນ ຂິງ ຂ່າ ຫົວສິງໄຄ ລວມທັງຜັກຕ່າງໆຕາມລະດູການ ໄດ້ຫຼາຍກວ່າ 300 ກິໂລ, ສາມາດປູກ ໝາກກ້ວຍ ກວ່າ 300-400 ຕົ້ນ,

ການປູກ ພືດຍຶນຕົ້ນ ເຊັ່ນ ໄມ້ດູ່ ໄມ້ແດງ ໄມ້ສັກ ໄມ້ກະຍູງ ໄມ້ຍາງນາ ໄດ້ກວ່າ 150 ຕົ້ນ, ການປູກ ພືດສວນແບບເກັບຂາຍໄດ້ທັງປີ ແລະລະດູການ ໜໍ່ໄມ້ສ້າງໄຜ່ ໄຜ່ລ້ຽງນ້ອງ ຂ່າ ສິງໄຄ ຂິງ ແລະອື່ນໆ

ການລົງທຶນ

ການລົງທຶນແບບເສດຖະກິດຄອບຄົວ ແລະ ການລົງທຶນເຮັດທຸລະກິດກະສິກຳ ແຕ່ນ້ອຍຫາໃຫ່ຍ

ການລົງທຶນນ້ອຍ ສາມາດຮ່ວມຈັດຕັ້ງເປັນສະຫະກອນການກະເສດ ເພື່ອສົ່ງເສີມການຜະລິດ ເພື່ອຊົມໃຊ້ພາຍໃນ ແລະສົ່ງອອກໄດ້

ໃນການບໍລິຫານຈັດການນ້ຳ ແລະ ຜືນດິນສຳລັບປູກຝັງ ເພື່ອໃຊ້ສຳລັບຫົດສ່ວນ ແລະ ນ້ຳທີ່ໃຊ້ລ້ຽງປາ ຈະນຳມາໃຊ້ສຳລັບ ຫົດພືດຜັກນຳກັນ

ການສ້າງ ມາດຕະຖານ ສິນຄ້າ

ການສ້າງມາດຕະຖານສິນຄ້າຕາມຫຼັກການ ຫຼັກມາດຕະຖານສາກົນ ກຳນຳຜົນຜະລິດທາງການກະສິກຳເພື່ອການສ່ງອອກ

ການນຳໝາກພ້າວ ເປັນໜ່ວຍເພື່ອການສົ່ງອອກ ແລະການປຸງແຕ່ງເປັນອາຫານສຳເລັດຮູບ ເພື່ອຊົມໃຊ້ພາຍໃນແລະສົ່ງອອກ

ການສ້າງຜະລິດພັນ ຈາກປູກໝາກພ້າວ ເພື່ອອຸດສາຫະກຳສົ່ງອອກ

ເປັນຕົ້ນແມ່ນ ຜະລິດພັນອາຫານ Food Processing ການແປຮູບຜະລິດພັນອາຫານ ເພື່ອຈຳໜ່າຍພາຍໃນແລະສົ່ງອອກ ຈະຈັດຮ່ວມກັນໃນລະດັບຊຸມຊົນ ເມືອງ ແລະອຸດສາຫະກຳ ການຄ້າແຕ່ລະຂັ້ນໄປ ສະເພາະ ໝາກພ້າວພັນສາຍນຳ້ຫອມ ໝາກພ້າວສາຍພັນກະທິ ສຳລັບເຮັດອາຫານແລະເຂົ້າໝົມ ໝາກພ້າວສາຍພັນເຮັດນຳ້ກະທິ Coconut milk ສະເລັດຮູບ ເຊິ່ງສາມາດນຳມາປຸງແຕ່ງເປັນເນື້ອນວນໝາກພ້າວອົບແຫ້ງ

ການເຮັດຝຸ່ນຊີວະພາບໄຍໝາກພ້າວ ແລະຜະລິດພັນອື່ນໆອີກຢ່າງຫຼວງຫຼາຍ
ການເຮັດເຟີນິເຈີຕ່າງໆ ຈາກກົກໝາກພ້າວ ເຮັດວີ ຈາກໃບໝາກພ້າວເປັນທີ່ນິຍົມຫຼາຍປະເທດ ເປັນຕົ້ນ

ການສ້າງ ງານ

ການສົ່ງເສີມການຜະລິດ ດ້ານກະສິກຳ ໃຫ້ເປັນອຸດສາຫະກຳອາຫານ ເປັນການພັດທະນາ ໃນລະດັບກວ້າງ ແລະເລິກ ທັ້ງການວາງແຜນການພັດທະນາລະດັບຊາດ ທັງດ້ານເສດຖະກິດແລະສັງຄົມ ໃນຂະແໜງການ ດ້ານການສຶກສາ ດ້ານ ວິຊາຊີບສະເພາະດ້ານ ດ້ານກະສິກຳ ອຸດສາຫະກຳ ການຄ້າ ເທກໂນໂລຊີ ເປັນພຶ້ນຖານ

ຜົນທີ່ໄດ້ຈາກການລິເລິ່ມກະເສດ ເປັນອຸດສາຫະກຳ

1. ຈະເປັນການພັດທະນາແບບຍືນຍົງທີ່ສຸດ ທີ່ຈະເຮັດໃຫ້ເກິດການສ້າງງານພາຍໃນ ສ້າງລາຍໄດ້ທີ່ ໝັ້ນຄົງ ຍືນຍົງ ຈາກການສ້າງແຜນພັດທະນາ ເສດຖະກິດດ້ານກະເສດອຸດສາຫະກຳນີ້

2. ຈະເກິດນະວັດຕະກຳໃໝ່ ການພັດທະນາສະເພາະດ້ານແກ່ພໍ່ແມ່ປະຊາຊົນ ທີ່ເອິ້ນວ່າ "ຢູ່ດີມີກິນ” ນັ້ນ ເປັນທຳມະຊາດຂອງຊີວິດມະນຸດ ແຕ່ການພັດທະນາສະເພາະດ້ານ ດ້ານການສຶກສາ ອົບຮົມໃຫ້ຄວາມຮູ້ແກ່ປະຊາຊົນ ແລະການສ້າງສູນຮຽນຮູ້ ຈະເກິດນະວັດຕະກຳໃໝ່ໆ ເປັນການສ້າງໂອກາດໃຫ້ຜູ້ມີປະສົບການສະເພາະດ້ານໄດ້ຖ່າຍທອດຄວາມຮູ້ ແກ່ກັນແລະກັນ ການສ້າງຂະແໜງການພັດທະນາການຕະຫຼາດ ການຫູ້ມຫໍ່ ການອອກແບບຜະລິດພັນ

3. ການຂົນສົ່ງ ການກະຈາຍສິນຄ້າ ພາຍໃນແລະສົ່ງອອກ

4. ຈະເກິດການລົດອັດຕາການອອກໄປຊອກວຽກເຮັດ ງານທຳໃນຕ່າງປະເທດ ການສ່ຽງໄພອັນຕະລາຍສຳລັບຊີວິດ

5. ຈະເກິດຄວາມໝັ່ນຄົງ ສ້າງຄຸນຄ່າ ການຮັກຊາດ ຮັກແຜ່ນດິນ ດ້ານຄອບຄົວສັງຄົມ ແລະການມີສຸຂະພາບດີ ການມີລູກ ການເພິ່ມຂະຫຍາຍປະຊາກອນ ແລະອຶ່ນໆ ອີກດ້ວຍ

ແຜນການ

ການປຸກລະດົມ ຄວາມຄິດຄວາມເຂົ້າໃຈໃຫ້ກັບບັນດານັກລົງທຶນ ແລະ ພໍ່ແມ່ປະຊາຊົນ

ໃນການລິເລິ່ມ ສຸ່ມໃສ່ປູກໝາກພ້າວ ເປັນອາຊີບ ເປັນກະເສດອຸດສາຫະກຳ ຈຳນວນ 10,000 ຕົ້ນ ໃນຊຸມປີ 2020 ແລະຂະຫຍາຍການປູກໃຫ້ໄດ້ຄົບຕາມແຜນໃນປີຕໍ່ໆໄປໃຫ້ໄດ້ 30,000 ຕົ້ນ ໃນຊຸມປີ 2021 ໃນປີທີ່3 ອີກຈຳນວນ 20,000 ຕົ້ນ ລວມ 50,000 ຕົ້ນ

ໃນຕົ້ນປີ 2021 ຫາ 2022 ຈະທຳການຕະຫຼາດ ຕ່າງປະເທດເພື່ອເສາະຫາໂອກາດແກ່ການຂະຫຍາຍການຈຳໜ່າຍເພື່ອເພິ້ມການຜະລິດ ການປູກຫຼາຍກວ່າເດິມ 3 ເທົ່າ ແລະໃນປີ ທີ່ 4 ຈະສາມາດປູກເພິ້ມເປັນ 150,000 ຕົ້ນ ແລະ ປີທີ່ 5-6 ຈະສາມາດປູກໄດ້ກວ່າ 1 ລ້ານຕົ້ນ

Around the 5th-6th year, there will be just about a million trees.

ການສົ່ງອອກ ທີ່ໄດ້ມາດຖານ

ຄືຫົວໃຈຫຼັກຂອງເຮັດອຸດສາຫະກຳອາຫານເພື່ອສຸຂະພາບ

ໃນຫລັກມາດຖານສາກົນ ໝາກພ້າວຈະຕ້ອງໄດ້ຮັບການບົວລະບັດຢ່າງຕໍ່ເນື່ອງຈາກນັກວິຊາການ ແລະຕາມຂັ້ນຕອນ ຫຼັກການສາກົນ

ບໍໃຫ້ມີຂໍ້ຜິດພາດຫລືຜິດຫຼັກການສຸຂະອະນາໄມ ອາຫານປອດສານພິດ ສານເຄມີ ຫລືສິ່ງເຈືອປົນ ໃນພືດຜັກ ໝາກໄມ້ ຈາກໂຄງການຂອງເຮົາ

ການເຝິກອົບຮົມ ແລະສ້າງຄວາມເຂົ້າໃຈໃຫ້ແກ່ຄູ່ຮ່ວມສັນຍາທຸລະກິດ

ບັນດາຜູ້ລົງທຶນຈະໄດ້ຮັບການເບິ່ງແຍງເອົາໃຈໃສ່ ທັງທັດສະນະຄະຕິ ຄວາມເຂົ້າໃຈ ໃນມາດຖານການສົ່ງສິນຄ້າປະເພດອາຫານ ພືດຜັກ ປອດສານພິດ ໃນຕະຫຼາດສາກົນ ແລະຈະໄດ້ຮັບການປະຕິບັດ ຄືການສ້າງຄວາມຮູ້ ຄວາມເຂົ້າໃຈເລື່ອງຂໍ້ຄວນຮູ້ ປະຕິບັດໃນຖານະຜູ້ສົ່ງອອກ ຜູ້ໜຶ່ງ ທີ່ຕ້ອງຮັບຜິດຊອບເລື່ອງຄຸນນະພາບການຜະລິດ

ຂັ້ນຕອນການປູກຝັງ ຕາມຫຼັກການສາກົນ ແລະຮັບຮູ້ເລື່ອງສິດທິບັດຕ່າງໆ ໃນຄົງເຂດ ອາຊຽນ - ອາຝຕ່າ ທັງອາຊີໃຕ້ ແລະກຸ່ມປະເທດເອີຣົບ-ອະເມຣິກາ ອີກທັງຂໍ້ຫຼີກເວັ້ນການຖືກປັບໄໝ ການຖຶກປະຕິເສດ ສຳລັບການບໍເຮັດຕາມລະບຽບຂັ້ນຕອນ ໃນການຜະລິດແລະການຈຳໜ່າຍ

ການລົງທຶນຕ່າງໆ

ຄ່າໃຊ້ຈ່າຍ ໃນການລົງທຶນ ທີ່ຈະກໍ່ໃຫ້ເກິດແຮງບັນດານໃຈ ແລະ ຄວາມປາດຖະໜາຈະເຂົ້າຮ່ວມໂຄງການ ທີ່ຈະໄດ້ຮັບຄວາມຊັດເຈນ ໃນຄວາມເຂົ້າໃຈກ່ອນການລົງທຶນ ຈາກຈຸດເລິ່ມຕົ້ນ ຂອງການລົງທຶນ ຈົນເຖິງການເກັບກ່ຽວຜົນການຜະລິດ ສັນຍາການຊື້ຂາຍ ການສົ່ງອອກ ແລະການຊຳລະສະສາງ ອີກທັງພັນທະພາສີອາກອນ ອີກດ້ວຍ

ເປັນການລົງທຶນທີ່ກຸ້ມຄ່າແລະມີກຳໄລ

ພາຍໃນ 3 ປີເຄິ່ງ ກໍ່ສາມາດຂາຍຜົນໄດ້ແລ້ວ

ໝາກພ້າວນ້ຳຫອມຈະອອກຜົນຜະລິດຕົ້ນໜຶ່ງຢູ່ທີ່ 180-200 ໜ່ວຍຕໍ່ປີ ຫາກເຮົາລົງທຶນປູກ ເລີ້ມດ້ວຍ 100 ຕົ້ນກ່ອນເຮົາກໍຈະໄດ້ ຜົນຕອບແທນ 18,000 ໜ່ວຍຕໍ່ປີ ໂດຍທົ່ວໄປແລ້ວຈະມີຜູ້ມາຊື້ຢູ່ນາສວນ ໃນລາຄາໜ່ວຍລະ 4,000 ກີບ ເຊິ່ງຈະໄດ້ລາຍຮັບເລີ້ມຕົ້ນຢູ່ທີ່ 72 ລ້ານກີບຕໍ່ປີ. ນອກຈາກນັ້ນຍັງສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ຊຸມຊົນເຊັ່ນ: ການແປຮູບໝາກພ້າວເພື່ອສົງອອກ, ການຜະລິດເຄື່່ອງຫັດຖະກຳຈາກຕົ້ນພ້າວ, ການເຮັດເຟີນິເຈີ ແລະອື່ນໆ.

ເນື່ອງຈາກໝາກພ້າວນ້ຳຫອມ ເປັນທີ່ຕ້ອງການຂອງຕະຫຼາດໂລກ, ເຊິ່ງການສົ່ງອອກ ເລີ້ມຕົ້ນຢູ່ທີ່ 0,35 ໂດລາສະຫະລັດຕໍ່ໜ່ວຍ ເທົ່າກັບ 5,250 ກີບ ໂດຍມີຂັ້ນຕຳ່ຕໍ່ເດຶອນຢູ່ທີ່ 25000 ໜ່ວຍ ຫຼື ເທົ່າກັບ 1 ຕູ້ຄອນເທເນ ກໍ່ຈະມີລາຍຮັບ ເທົ່າກັບ 8550 ໂດລາຕໍ່ເດືອນ ແຕ່ເປົ່າຫມາຍຂອງໂຄງການ ຢູ່ທີ່ 100 ຕູ້ຕໍ່ເດືອນ ເຊິ່ງຈະມີລາຍຮັບຈາກການສົ່ງສິນຄ້າຂອງລາວອອກຕ່າງປະເທດທີ່ 875000 ໂດລາສະຫະລັດ ຕໍ່​ເດືອນ

ເປັນສ່ວນໜຶ່ງຂອງປະຫວັດສາດລາວ

ຖ້າທ່ານປູກແດງນີ້ ອີກ 3 ປີຈະໄດ້ຜົນ, ທ່ານຈະເປັນຄົນແລກທີ່ໄດ້ຜົນ!

ເສດຖະກິດທີ່ດີຂຶ້ນ

ພັດທະນາເສດຖະກິດຂອງສປປລາວ

ສ້າງເສດຖະກິດ

ການສ້າງເສດຖະກິດແບບຍືນຍົງ ຄື "ປູກເພື່ອກິນ ເຫຼືອເພື່ອຂາຍ"

ສ້າງວຽກ

ການສ້າງວຽກງານ ໃຫ້ມີການສ້າງລາຍໄດ້ລ້ຽງຕົວເອງ ພາຍໃນຫົກເດື້ອນ

ຜະລິດໃນປະເທດລາວ

ສາມາດຜະລິດສະບຽງອອກຂາຍສູ່ຕະຫຼາດ ເປັນພືດຜັກສົດໃນໂຄງການກຸ້ມຕົນເອງ

Better Living

ເປັນການຫຼຸດຕົ້ນທຶນແລະເພິ່ມກຳໄລປະຈຳວັນ, ລະດູການຈົນຮອດການຂາຍສິນຄ້າປະເພດສັດ ແລະ ໝາກໄມ້
ເຊິ່ງຈະນຳລາຍໄດ້ມະຫາສານແກ່ຄອບຄົວໃນທີ່ສຸດ

Frequently Asked Questions

Our answers to your most asked questions

  • Feugiat pretium nibh ipsum consequat. Tempus iaculis urna id volutpat lacus laoreet non curabitur gravida. Venenatis lectus magna fringilla urna porttitor rhoncus dolor purus non.

  • Dolor sit amet consectetur adipiscing elit pellentesque habitant morbi. Id interdum velit laoreet id donec ultrices. Fringilla phasellus faucibus scelerisque eleifend donec pretium. Est pellentesque elit ullamcorper dignissim. Mauris ultrices eros in cursus turpis massa tincidunt dui.

  • Eleifend mi in nulla posuere sollicitudin aliquam ultrices sagittis orci. Faucibus pulvinar elementum integer enim. Sem nulla pharetra diam sit amet nisl suscipit. Rutrum tellus pellentesque eu tincidunt. Lectus urna duis convallis convallis tellus. Urna molestie at elementum eu facilisis sed odio morbi quis

  • Dolor sit amet consectetur adipiscing elit pellentesque habitant morbi. Id interdum velit laoreet id donec ultrices. Fringilla phasellus faucibus scelerisque eleifend donec pretium. Est pellentesque elit ullamcorper dignissim. Mauris ultrices eros in cursus turpis massa tincidunt dui.

  • Molestie a iaculis at erat pellentesque adipiscing commodo. Dignissim suspendisse in est ante in. Nunc vel risus commodo viverra maecenas accumsan. Sit amet nisl suscipit adipiscing bibendum est. Purus gravida quis blandit turpis cursus in

  • Laoreet sit amet cursus sit amet dictum sit amet justo. Mauris vitae ultricies leo integer malesuada nunc vel. Tincidunt eget nullam non nisi est sit amet. Turpis nunc eget lorem dolor sed. Ut venenatis tellus in metus vulputate eu scelerisque. Pellentesque diam volutpat commodo sed egestas egestas fringilla phasellus faucibus. Nibh tellus molestie nunc non blandit massa enim nec.

ທີມງານຂອງເຮົາ

ເຊື່ອຖື. ເຮັດໃຫ້ເກີດ. ບັນລຸໄດ້.

ມານະ ແຈ້ງມຸກ

Owner/Director

Dr. Philippe Schmidt

Directive Consultant

ໄຊມ້ອນ ເດວິດ

ISO Consultant/Lead Auditor

Kaloun Chengmouk

Admin & Finance Director

ວອນສະຫວັນ ພູນສະຫວັດ

Sales

SavanahLao Agriculture

ບ້ານເລກທີ 188
ໜ່ວຍ 11 ຖະໜົນດົງປາລານ, ນະຄອນຫຼວງວຽງຈັນ

savanahlao.agri@gmail.com

+856 20 56224265

Loading
Your message has been sent. Thank you!